ພວກເຮົາຍິນດີຕ້ອນຮັບ ທ່ານ Sam Schreiner ກັບຄືນມາສູ່ ສປປ ລາວ ໃນຖານະເອກອັກຄະລາຊາທູດຄົນໃໝ່ທີ່ບໍ່ໄດ້ຢູ່ປະຈຳ ຂອງຣາຊາອານາຈັກລຸກຊຳບວກ ປະຈຳ ສປປ ລາວ! ໃນໄລຍະການມາຢ້ຽມຢາມເຮັດວຽກຢູ່ນະຄອນຫຼວງວຽງຈັນໃນອາທິດນີ້, ທ່ານໄດ້ຍື່ນສານຕາຕັ້ງຕໍ່ ປະທານປະເທດ ແຫ່ງ ສປປ ລາວ. ພວກເຮົາໄດ້ສະເຫຼີມສະຫຼອງວັນແຫ່ງຄວາມຊົງຈຳນີ້ ຮ່ວມກັບຊຸມຊົນຊາວລຸກຊຳບວກທີ່ອາໃສຢູ່ນະຄອນ ຫຼວງວຽງຈັນ. ນອກນີ້, ທ່ານເອກອັກຄະລາຊາທູດ Schreiner ຍັງໄດ້ພົບປະ ສົນທະນາກັບຄູ່ຮ່ວມງານສຳຄັນຫລາຍພາກສ່ວນ, ລວມທັງທ່ານ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການເງິນ ແລະ ຫົວໜ້າກອງເລຂາ ຄະນະກຳມະການອົງການແມ່ນ້ຳຂອງ. ———————— We welcome Mr. Sam Schreiner back to Laos as Luxembourg’s new non-resident Ambassador to the Lao PDR! During his visit to Vientiane this week, he presented his Letters of Credence to the President of the Lao PDR. We celebrated this memorable day with the Luxembourgish community in Vientiane. Ambassador Schreiner also met with key counterparts, including the Minister of Foreign Affairs, the Minister of Finance, and the CEO of the Mekong River Commission. MAE, Luxembourg Gouvernement luxembourgeois