Latest news
-
Léier Lëtzebuergesch Online ‒ LLO.LU
The Luxembourgish language is experiencing increasing popularity, both within Luxembourg and beyond its borders.
-
WELCOME TO THE LUXEMBOURGISH SCHOOL - Service de l’intégration et de l’accueil scolaires (SIA) (School Integration and Welcoming Service)
Dear parents, You have just arrived or you are planning to relocate to Luxembourg? The Ministry of Education is here to support you when it comes to the schooling of your child. The Service de l’intégration et de l’accueil scolaires...
The Embassy on Facebook

[English below] ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກລຸກຊໍາບວກ ໄດ້ຈັດກອງປະຊຸມ ຄະນະກໍາມາທິການຮ່ວມມື ລາວ-ລຸກຊໍາບວກ ຄັ້ງທີ 16 ຂຶ້ນໃນວັນທີ 5 ມີນາ 2025 ເຊິ່ງປະເທດລາວແມ່ນເປັນໜື່ງໃນປະເທດຄູ່ຮ່ວມມືຫຼັກຂອງລຸກຊໍາບວກມາເປັນເວລາຫຼາຍກວ່າ 25 ປີ. ໃນໂອກາດນີ້ ທ່ານ ເພັດ ພົມພິພັກ, ລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະຜູ້ແທນຝ່າຍລາວ ແມ່ນໄດ້ຖືກຕ້ອນຮັບໂດຍທ່ານຮອງນາຍົກ H.E. Mr. Xavier Bettel (ທ່ານ ຊາວິເຢ ແບັດເຕລ) ທີ່ປະເທດລຸກຊໍາບວກ. ກອງປະຊຸມ ຄະນະກໍາມາທິການຮ່ວມມື ຄັ້ງທີ 16 ນີ້ຖືເປັນໂອກາດອັນດີໃນການປຶກສາຫາລືແລກປ່ຽນຄຳຄິດເຫັນກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຮ່ວມມືໄລຍະຍາວຄັ້ງທີ 5 ລະຫວ່າງ ລຸກຊໍາບວກ ແລະ ລາວ ຕະຫລອດເຖິງບັນຫາພົ້ນເດັ່ນປະຈຸບັນໃນສາກົນ. ໃນລະຫວ່າງການປະຊຸມໃນຄັ້ງນີ້ ທ່ານ ແບັດເຕລ ແລະ ທ່ານ ພົມພິພັກ ໄດ້ລົງນາມແກ້ໄຂບົດບັນທຶກຄວາມເຂົ້າໃຈຂອງໂຄງການໃນຂົງເຂດສາທາລະນະສຸກ ແລະ ໂພຊະນາການ ໂດຍການເພີ່ມງົບປະມານຂຶ້ນຢ່າງເປັນທາງການ 10,5 ລ້ານເອີໂຣ ຊຶ່ງເຮັດໃຫ້ງົບປະມານທັງໝົດຂອງໂຄງການມີປະມານ 46 ລ້ານເອີໂຣ. ————————————— On March 5, 2025, the 16th Partnership Commission was held between Luxembourg and Laos, one of the main partner countries of Luxembourg’s Development Cooperation for more than 25 years. On this occasion, Mr. Phet Phomphiphak, Minister of Planning and Investment and his delegation were received by the Deputy Prime Minister, Mr. Xavier Bettel, in Luxembourg. The 16th Partnership Commission was an opportunity to discuss the progress of the implementation of the 5th Indicative Cooperation Program between Luxembourg and Laos, as well as current international issues. On the sidelines of this meeting, Ministers Bettel and Phomphiphak formalized a budget increase of 10.5 million euros for the bilateral health and nutrition programme, which brings the total budget of the program to approximately 46 million euros. https://mae.gouvernement.lu/fr/actualites.gouvernement2024%2Bfr%2Bactualites%2Btoutes_actualites%2Bcommuniques%2B2025%2B03-mars%2B05-bettel-laos.html Luxembourg Aid & Development MAE, Luxembourg Gouvernement luxembourgeois LuxDev - Luxembourg Development Cooperation Agency

[English below] 🇱🇦🤝🇱🇺 ໃນອາທິດທີ່ຜ່ານມາ, ທ່ານ H.E. Georges Ternes, ຫົວໜ້າກົມຮ່ວມມືເພື່ອການພັດທະນາ ແລະ ມະນຸດສະທໍາ ໄດ້ມາຢ້ຽມ ຢາມ ສປປ ລາວ ເປັນຄັ້ງທໍາອິດ ແລະ ການມາຢ້ຽມຢາມໃນຄັ້ງນີ້ແມ່ນໄດ້ຍົກສູງດ້ານການຮ່ວມມືທີ່ມີຄວາມຫຼາກຫຼາຍແລະການຮ່ວມມືທີ່ມີຜົນກະທົບລະຫວ່າງ ລຸກຊໍາບວກ ແລະ ສປປ ລາວ ເຊິ່ງໄດ້ກວມເອົາຂົງເຂດການຮັກສາສຸຂະພາບ, ການຊ່ວຍເຫຼືອທາງດ້ານກົດໝາຍ, ການຝຶກອົບຮົມວິຊາຊີບ ແລະ ການພັດທະນາທ້ອງຖິ່ນ. 🏥⚖️🍽️🎓🌱 ເລີ່ມຕົ້ນການຢ້ຽມຢາມໃນຄັ້ງນີ້ດ້ວຍການເຂົ້າຢ້ຽມຂໍ່ານັບການນຳຂອງກະຊວງແຜນການ ແລະ ການລົງທຶນ. ທີ່ຄະນະກໍາມາທິການແມ່ນໍ້າຂອງສາກົນ ແມ່ນໄດ້ເນັ້ນຢ້ຳໃຫ້ເຫັນຄວາມສຳຄັນຂອງການຮ່ວມມືຫຼາຍຝ່າຍ ເພື່ອການຄຸ້ມຄອງນ້ຳຢ່າງຍືນຍົງ. ຮ່ວມກັບທ່ານລັດຖະມົນຕີກະຊວງສາທາລະນະສຸກ ແມ່ນໄດ້ໄປຢ້ຽມຢາມ ສະຖາບັນ ປາສເຕີ ລາວ ແລະ ສູນຫົວໃຈ ລາວ-ລຸກຊໍາບວກ ທີ່ໂຮງຫມໍມະໂຫສົດ. ໃນມື້ຕໍ່ມາ, ຄະນະຜູ້ແທນໄດ້ເດີນທາງໄປຢ້ຽມຢາມແຂວງວຽງຈັນ ເຊິ່ງທ່ານເຈົ້າແຂວງ ແລະ ທ່ານ Ternes ກໍ່ໄດ້ທົບທວນຄືນການຮ່ວມມື ລາວ ແລະ ລຸກຊໍາບວກ ທີ່ມີມາແຕ່ດົນນານກັບແຂວງ ເຊິ່ງໄດ້ສ້າງຕັ້ງຂຶ້ນມາຫຼາຍກວ່າ 25 ປີແລ້ວ ໂດຍມີ ໂຮງໝໍ Maria Theresa ເປັນສັນຍາລັກໃນການຮັກສາສຸຂະພາບຂັ້ນແຂວງໃນ ສປປ ລາວ. ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍທີ່ເມືອງຫີນເຫີບ ໄດ້ສະໜອງການໃຫ້ຄຳປຶກສາທາງກົດໝາຍຟຣີໃຫ້ແກ່ສະມາຊິກໃນຊຸມຊົນ ແລະ ເພື່ອຮັບປະກັນໃຫ້ທຸກຄົນສາມາດແລະມີໂອກາດເຂົ້າເຖິງຄວາມຍຸດຕິທໍາໄດ້. ການຢ້ຽມຢາມໃນຄັ້ງນີ້ໄດ້ສິ້ນສຸດລົງດ້ວຍການເຂົ້າຢ້ຽມໂຮງແຮມຝຶກປະຕິບັດ ແລະ ຮ້ານອາຫານ. ຈຸດເດັ່ນຂອງຄໍ່າຄືນນັ້ນແມ່ນ ອາຫານຄ່ຳທີ່ແຊບ ເຊິ່ງໄດ້ຖືກກະກຽມໂດຍນັກຮຽນສາຍການທ່ອງທ່ຽວ ແລະ ການໂຮງແຮມທີ່ມີຄວາມສາມາດ ເປັນຜູ້ປຸງແຕ່ງອາຫານ ແລະ ບໍລິການ. ————————— Last week, H.E. Georges Ternes, Director for Development Cooperation and Humanitarian Action visited the Lao PDR for the first time. This visit highlighted the diverse and impactful partnership between Luxembourg and Lao PDR, encompassing healthcare, legal aid, vocational training and local development. 🏥⚖️🍽️🎓🌱 At the start of his trip, the Delegation paid a courtesy visit to the Ministry of Planning and Investment. At the Mekong River Commission, the importance of multilateralism for sustainable water management was highlighted. With the Minister of Health, Mr Ternes then visited the Institut Pasteur du Laos and the Lao-Luxembourg cardiology center at Mahosot hospital. The next day, the delegation travelled to Vientiane Province. With the Governor, Mr. Ternes reviewed the longstanding Lao-Luxembourg cooperation with the province, which was established over 25 years ago, illustrated by the Maria Theresa Hospital, a beacon of provincial healthcare in Lao PDR. The Legal Aid Office in Hin Herb provides crucial free legal counseling to community members, ensuring access to justice for all. The mission culminated in a visit to the Academy, a training restaurant and hotel. The highlight of the evening was a delightful dinner prepared and served by the talented tourism and hospitality students. Luxembourg Aid & Development MAE, Luxembourg Gouvernement luxembourgeois LuxDev - Luxembourg Development Cooperation Agency

[English below] ຄະນະຊີ້ນຳໂຄງການ ແຜນງານເສີມສ້າງທັກສະເພື່ອການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ (STAF) ໄດ້ຈັດປະຊຸມເພື່ອກວດກາຄືນ ຄວາມຄືບໜ້າ ແລະ ແຜນການປີ 2025! ໂດຍການເປັນປະທານຮ່ວມຂອງ ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ 🇱🇦 ແລະ ຄູ່ຮ່ວມມືທີມເອີຣົບ 🇱🇺🇨🇭🇪🇺, ກອງປະຊຸມໄດ້ຍົກໃຫ້ເຫັນເຖິງບົດບາດອັນສຳຄັນຂອງແຜນງານດັ່ງກ່າວ ໃນການຍົກລະດັບການສຶກສາດ້ານວິຊາການ ແລະ ວິຊາຊີບ ໃນ ສປປ ລາວ. 🎓 ຜົນສໍາເລັດອັນສໍາຄັນນີ້ປະກອບມີ ອັດຕາການຈ້າງງານສູງສໍາລັບນັກຮຽນທີ່ຈົບໂຄງການໄປແລ້ວ, 📈ຄວາມເພິ່ງພໍໃຈຂອງນາຍຈ້າງທີ່ເຂັ້ມແຂງ, 👍 ແລະ ການຝຶກອົບຮົມຄູຝຶກສອນທີ່ສໍາຄັນ. 👩🏫 ແຜນງານ STAF ຍັງໄດ້ຖືກຄັດເລືອກເປັນໂຄງການລິເລີ່ມທີ່ພົ້ນເດັ່ນຂອງ EU Global Gateway ໃນປີ 2025. 🌍 ດ້ວຍການທຸ່ມເທຢ່າງຕໍ່ເນື່ອງຂອງບັນດາຄູ່ຮ່ວມມື, ພວກເຮົາມີຄວາມຕື່ນເຕັ້ນທີ່ຈະສືບຕໍ່ສ້າງກຳລັງແຮງງານທີ່ມີທັກສະ ໃຫ້ແກ່ ສປປ ລາວ ໃນອະນາຄົດ. 💪 ຮຽນຮູ້ເພີ່ມຕື່ມກ່ຽວກັບການເຄື່ອນໄຫວຂອງໂຄງການ STAF ໄດ້ທີ່: https://luxdev.lu/en/activities/project/LAO/336 ————————— The Steering Committee of the Skills for Tourism, Agriculture, and Forestry (STAF) Programme met to review its progress and plan for 2025! Co-chaired by the Vice Minister of Education and Sports 🇱🇦 and Team Europe partners 🇱🇺🇨🇭🇪🇺, the meeting highlighted the program’s vital role in enhancing technical and vocational education in the Lao PDR. 🎓 Key achievements include high employment rates for graduates, 📈 strong employer satisfaction, 👍 and significant teacher training. 👩🏫 The STAF project has also been selected as an EU Global Gateway flagship initiative in 2025. 🌍 With continued dedication from all partners, we are excited to continue building a skilled workforce for Lao PDR’s future. 💪 Continue to read about the STAF Programme’s activities: https://luxdev.lu/en/activities/project/LAO/336 Luxembourg Aid & Development MAE, Luxembourg Gouvernement luxembourgeois Swiss Cooperation Mekong European Union in Laos LuxDev - Luxembourg Development Cooperation Agency #LuxAid
Last update